ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສໍາເລັດກອງປະຊຸມຄົບຄະນະກາງສະໄໝ


    ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ V ພາຍຫຼັງດຳເນີນມາເປັນເວລາ 3 ວັນ, ໄດ້ສໍາເລັດ
ລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 14 ກໍລະກົດນີ້, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການ
ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍກຳມະການສູນການພັກ,
ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ແລະ ບັນດາສະຫາຍແຂກຖືກເຊີນເຂົ້າຮ່ວມ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ, ກໍາມະການຄະນະປະຈໍາພັກກະຊວງ, ປະທານກວດກາພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່
ການເມືອງກອງທັບ, ໄດ້ຂຶ້ນລາຍງານຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ທີ່ໄດ້ດຳເນີນມາ
ດ້ວຍບັນຍາກາດອັນຟົດຟື້ນ, ບັນດາສະຫາຍຄະນະພັກໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການຄົ້ນຄ້ວາປະກອບຄໍາຄິດຄໍາ
ເຫັນໃສ່ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ໄລຍະກາງສະໄໝ ແລະ ທິດທາງແຜນການທ້າຍສະໄໝ, ຮ່າງບົດສໍາຫຼວດ
ການນຳພາລວມຂອງຄະນະບໍລິຫານງານພັກກະຊວງ, ພ້ອມກັນນັ້ນ, ບັນດາສະຫາຍຄະນະພັກຍັງໄດ້ປະກອບຄຳຄິດຄຳເຫັນ ໃນການຕໍານິສົ່ງຂ່າວ ຕໍ່ຄະ
ນະພັກດ້ວຍກັນມີປະຊາທິປະໄຕ, ກົງໄປກົງມາ, ຢ່າງສ້າງສັນ, ເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດ ໄດ້ຕາມຄາດໝາຍທີ່ກຳນົດໄວ້. ນອກນີ້ ໃນກອງປະ
ຊຸມຍັງໄດ້ຮັບຟັງການຊີ້ແຈງກ່ຽວກັບບັນຫາຫາງສຽງຄວາມໄວ້ວາງໃຈຂອງບັນດາສະຫາຍ ໃນຄະນະພັກຕໍ່ກັບກອງປະຊຸມເພື່ອເຮັດໃຫ້ການນໍາພາ-ຊີ້ນຳ
ຂອງຄະນະພັກມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ-ບັນຊາ, ພ້ອມທັງເປັນການປັບປຸງກອງ
ທັບ ເຮົາເຂົ້າສູ່ລະບຽບແບບແຜນທັນສະໄໝເທື່ອລະກ້າວໆ. ຄຽງຄູ່ກັບຜົນສໍາເລັດອັນສໍາຄັນດັງກ່າວ, ກອງປະຊຸມຍັງໄດ້ເປັນເອກະພາບ ຢ່າງພາວະວິໄສ
ຕໍ່ ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍຄືການຈັດຕັ້ງປະຕິບັດໜ້າທີ່
ວຽກງານຈຸດສຸມໃນບາງດ້ານທີ່ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ ແລະ ໄດ້ຍົກໃຫ້ເຫັນສາຍເຫດຕົ້ນຕໍທີ່ພາໃຫ້ມີດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນ
ຖອດຖອນໄດ້ ເພື່ອກໍານົດທິດທາງ, ມາດຕະການ, ແລະ ວິທີແກ້ໄຂໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ສອດຄ່ອງ ເໝາະສົມ ແລະ ເປັນເອກະພາບ
ຮັບຮອງເອົາບັນດາຄາດໝາຍ ສູ້ຊົນແຕ່ນີ້ຫາທ້າຍສະໄໝ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສຳຄັນ ເຊິ່ງບາງຕອນໄດ້ກ່າວວ່າ: ກອງປະຊຸມດຳເນີນຊີ
ວິດການເມືອງ ພາຍໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ໄດ້ສໍາເລັດລົງຢ່າງຈົບງາມ, ແຕ່ພວກເຮົາຍັງມີໜ້າທີ່ຄວາມຮັບຜິດຊອບໃນການ
ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານຂອງພວກເຮົາ ແມ່ນຍັງຈະໜັກໜ່ວງ ແລະ ປະເຊີນກັບສິ່ງທ້າທາຍຫຼາຍດ້ານ, ແຕ່ເຊື່ອໝັ້ນວ່າ ບັນດາສະຫາຍຈະ
ນໍາເອົາເນື້ອໃຈຈິດໃຈຜົນສຳເລັດຂອງກອງປະຊຸມ ໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ, ເພື່ອໃຫ້ຄະນະພັກແຕ່ລະຂັ້ນ ພ້ອມກັບນາຍ ແລະ
ພົນທະຫານ ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງຕົນ ແລະ ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນຍົກສູງຄວາມຮັບຜິດຊອບ,
ບຸກບືນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ປະເທດຊາດ ກໍຄືພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ຢ່າງມີໄຊ ຮຽກຮ້ອງມາຍັງບັນດາສະ
ຫາຍຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໃຫ້ຮີບຮ້ອນຈັດຕັ້ງເຜີຍແຜ່, ຜັນຂະຫຍາຍເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ພະນັກງານ-ສະມາຊິກພັກ ຢູ່ໃນກົມ
ກອງໄດ້ຮັບຮູ້ເຊື່ອມຊົມຢ່າງເລີກເຊິ່ງ ທົ່ວເຖິງ ທັງຫັນເປັນແຜນງານ, ແຜນການ, ສ້າງເປັນນິຕິກຳອັນລະອຽດ ແລະ ສອດຄ່ອງກັບເງື່ອນໄຂຂອງກົມກອງ
ເພື່ອຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ມີຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ.


ວັນທີ 18/07/2023